ພາບຮວມຊື່ຜູ້ໃຊ້

ຊື່ຜູ້ໃຊ້ເປັນວິທີໃຫ້ທ່ານໃຊ້ຊອກຫາ ແລະ ເຊື່ອມຕໍ່ກັບຜູ້ສ້າງຢູ່ YouTube ໄດ້. ຊື່ຜູ້ໃຊ້ແມ່ນບໍ່ຊ້ຳກັນ ແລະ ເປັນຕົວລະບຸຊ່ອງແບບສັ້ນໆທີ່ແຕກຕ່າງຈາກຊື່ຊ່ອງ ແລະ ຈະຂຶ້ນຕົ້ນດ້ວຍສັນຍາລັກ “@”. ຕົວຢ່າງ: @youtubecreators.

ຊ່ອງທັງໝົດຈະມີຊື່ຜູ້ໃຊ້ທີ່ເຊື່ອມໂຍງໄວ້ເຊິ່ງສາມາດຖືກໃຊ້ເພື່ອຊອກຫາ ແລະ ໂຕ້ຕອບກັບຜູ້ໃຊ້ອື່ນໄດ້, ທັງຜູ້ສ້າງ ແລະ ຜູ້ຊົມ. ຊື່ຜູ້ໃຊ້ຂອງທ່ານຈະກາຍມາເປັນ YouTube URL ໃໝ່ສຳລັບຊ່ອງຂອງທ່ານໂດຍອັດຕະໂນມັດເຊິ່ງຈະເຮັດໃຫ້ຜູ້ຄົນຄົ້ນພົບທ່ານໄດ້ງ່າຍ. ຕົວຢ່າງ, youtube.com/@youtubecreators. ທ່ານສາມາດໃຊ້ URL ນີ້ເພື່ອພາຄົນໄປຊ່ອງຂອງທ່ານໄດ້ເມື່ອເຂົາເຈົ້າບໍ່ໄດ້ຢູ່ YouTube. ແຕ່ລະຊ່ອງສາມາດມີຊື່ຜູ້ໃຊ້ໄດ້ພຽງຊື່ດຽວເທົ່ານັ້ນ.

ທ່ານຈະເຫັນຊື່ຜູ້ໃຊ້ໃນບ່ອນຕ່າງໆ ເຊັ່ນ: ຄຳເຫັນ, ການກ່າວເຖິງ ແລະ Shorts. ຊື່ຜູ້ໃຊ້ຂອງທ່ານຈະສະແດງໃນບ່ອນຕ່າງໆຫຼາຍຂຶ້ນເມື່ອເວລາຜ່ານໄປ. ນອກຈາກນັ້ນ, ທ່ານຍັງສາມາດໃຊ້ຊື່ຜູ້ໃຊ້ຂອງທ່ານນອກ YouTube ເພື່ອໂປຣໂໝດຊ່ອງຂອງທ່ານໄດ້ນຳ.

URL ແບບປັບແຕ່ງສ່ວນຕົວ ແບບເກົ່າໃດກໍຕາມທີ່ທ່ານມີຈະຍັງຄົງສືບຕໍ່ເຮັດວຽກໄດ້ຄືເກົ່າ.

ຊື່ຜູ້ໃຊ້ໃນ YouTube

ຕິດຕາມ ຊ່ອງຜູ້ສ້າງ YouTube ເພື່ອຮັບຂ່າວຫຼ້າສຸດ, ຂໍ້ມູນອັບເດດ ແລະ ເຄັດລັບຕ່າງໆ.

ຂໍ້ແນະນຳການຕັ້ງຊື່ຜູ້ໃຊ້

ໝາຍເຫດ: YouTube ຂໍສະຫງວນສິດໃນການປ່ຽນແປງ, ອ້າງສິດຄືນ ຫຼື ລຶບຊື່ຜູ້ໃຊ້ອອກໄດ້ທຸກເວລາ.

ຊື່ຜູ້ໃຊ້ຂອງທ່ານຈະຕ້ອງປະຕິບັດຕາມຂໍ້ແນະນຳເຫຼົ່ານີ້:

  • ມີລະຫວ່າງ 3-30 ຕົວອັກສອນ (ເບິ່ງຂໍ້ຍົກເວັ້ນ ຂ້າງລຸ່ມ)
  • ໃຊ້ຕົວອັກສອນ ຫຼື ຕົວເລກຈາກໜຶ່ງໃນ 75 ພາສາທີ່ຮອງຮັບ ຂອງພວກເຮົາ
    • ຊື່ຜູ້ໃຊ້ຂອງທ່ານຍັງສາມາດຮວມມີຂີດກ້ອງ (_), ຂີດຊື່ (-), ຈ້ຳເມັດ (.), ຈຳເມັດເຄິ່ງກາງລາຕິນ (·).
    • ອະນຸຍາດໃຫ້ໃຊ້ສະຄຣິບແບບປະສົມໃນບາງກໍລະນີເທົ່ານັ້ນ. ສະຄຣິບຈາກຊ້າຍໄປຫາຂວາບໍ່ສາມາດປະສົມກັບສະຄຣິບຈາກຂວາໄປຊ້າຍໄດ້ໃນຊື່ຜູ້ໃຊ້ດຽວ ຍົກເວັ້ນເມື່ອມີການເພີ່ມຕົວເລກໃສ່ສ່ວນທ້າຍຂອງຊື່ຜູ້ໃຊ້.
  • ບໍ່ຄ້າຍຄືກັບ URL ຫຼື ບໍ່ຄ້າຍຄືກັບເບີໂທລະສັບ
  • ບໍ່ຖືກໃຊ້ໄປກ່ອນແລ້ວ
  • ປະຕິບັດຕາມ ຂໍ້ແນະນຳຊຸມຊົນ ຂອງ YouTube
ຂໍ້ຍົກເວັ້ນສຳລັບຂີດຈຳກັດຕົວອັກສອນຂອງຊື່ຜູ້ໃຊ້:
  • Han/Hangul: 1-10 ຕົວອັກສອນ
  • Ethiopic/Hiragana/Katakana: 2-20 ຕົວອັກສອນ
  • ຊື່ຜູ້ໃຊ້ທີ່ໃຊ້ຕົວອັກສອນຈາກຫຼາຍພາສາອາດມີຂີດຈຳກັດຕົວອັກສອນຕ່ຳສຸດ ແລະ ສູງສຸດຕ່າງອອກໄປ

ຂໍ້ຍົກເວັ້ນກ່ຽວກັບການໃຊ້ຂີດກ້ອງ (_), ຂີດຊື່ສັ້ນ (-), ຈ້ຳເມັດ (.) ແລະ ຈ້ຳເມັດເຄິ່ງກາງຂອງພາສາລາຕິນ (·):

  • ບໍ່ອະນຸຍາດໃຫ້ໃຊ້ເຄື່ອງໝາຍຂັ້ນຕ່າງໆ ເຊັ່ນ: ຂີດກ້ອງ (_), ຂີດຊື່ສັ້ນ (-), ຈ້ຳເມັດ (.) ແລະ ຈ້ຳເມັດເຄິ່ງກາງຂອງພາສາລາຕິນ (·) ຢູ່ຈຸດເລີ່ມຕົ້ນ ຫຼື ຈຸດສິ້ນສຸດຂອງຊື່ຜູ້ໃຊ້

ຂໍ້ຄວນປະຕິບັດໃນການເລືອກຊື່ຜູ້ໃຊ້

ເລືອກຊື່ຜູ້ໃຊ້ທີ່ສະແດງເຖິງຕົວຕົນສາທາລະນະຂອງທ່ານຢູ່ YouTube ຫຼາຍທີ່ສຸດ. ກະລຸນາຮັບຊາບວ່າຊື່ຜູ້ໃຊ້ຈະເປັນຕົວພິມນ້ອຍໃຫຍ່ກໍບໍ່ມີຜົນຕ່າງກັນ.

ພວກເຮົາບໍ່ອະນຸຍາດ:

  • ຊື່ຜູ້ໃຊ້ທີ່ມີຄວາມຮຸນແຮງ, ລ່ວງລະເມີດ, ໃຊ້ໃນທາງເພດ ຫຼື ເປັນການສະແປມ
  • ການຂາຍ ແລະ ໂອນຊື່ຜູ້ໃຊ້

ຫາກພົບວ່າຊື່ຜູ້ໃຊ້ຂອງທ່ານລະເມີດ ຂໍ້ແນະນຳຊຸມຊົນ ຂອງພວກເຮົາ, YouTube ຈະຖອດຖອນຊື່ຜູ້ໃຊ້ດັ່ງກ່າວອອກແລ້ວສ້າງຊື່ຜູ້ໃຊ້ໃໝ່ໃຫ້ກັບຊ່ອງຂອງທ່ານ.

ໝາຍເຫດ: ໃນບາງກໍລະນີ, ເຊັ່ນ: ເມື່ອທ່ານສ້າງຊ່ອງຜ່ານວິທີການຕ່າງໆ ເຊັ່ນ: ການໂພສຄຳເຫັນຢູ່ໂທລະສັບມືຖື, YouTube ອາດກຳນົດ ຊື່ຜູ້ໃຊ້ ໃຫ້ທ່ານໂດຍອັດຕະໂນມັດອີງຕາມຊື່ຊ່ອງຂອງທ່ານ. ລະບົບອາດກຳນົດຊື່ຜູ້ໃຊ້ຂອງທ່ານໃຫ້ແບບສຸ່ມໃນກໍລະນີທີ່ຊື່ຊ່ອງທີ່ເລືອກໄວ້ນັ້ນບໍ່ສາມາດປ່ຽນເປັນຊື່ຜູ້ໃຊ້ດັ່ງກ່າວໄດ້. ທ່ານສາມາດເບິ່ງ ແລະ ແກ້ໄຂຊື່ຜູ້ໃຊ້ໄດ້ຕະຫຼອດໃນ Studio ຫຼື ເຂົ້າໄປທີ່ youtube.com/handle.

ການພິ​ຈາ​ລະ​ນາເມື່ອເລືອກຊື່ຜູ້ໃຊ້ໃນບາງພາສາ

ຖ້າຊື່ຜູ້ໃຊ້ຂອງທ່ານປະກອບມີຕົວອັກສອນນອກເໜືອໄປຈາກຕົວອັກສອນ A-Z, ຕົວເລກ 0-9 ຫຼື ຕົວແຍກ [_-.], ແມ່ນມີ 2 ການພິ​ຈາ​ລະ​ນາ:

  • ຄົນກຳລັງຊອກຫາທ່ານ: ຄົນອາດຈະບໍ່ສາມາດພິມຊື່ຜູ້ໃຊ້ຂອງທ່ານໄດ້ຢ່າງງ່າຍດາຍເພື່ອຊອກຫາທ່ານຖ້າພວກເຂົາບໍ່ມີແປ້ນພິມທີ່ກ່ຽວຂ້ອງສໍາລັບຊື່ຜູ້ໃຊ້ຂອງທ່ານ.
  • ການແບ່ງປັນລິ້ງຢູ່ແອັບ ແລະ ເວັບໄຊນອກ YouTube: ບາງແອັບ ແລະ ເວັບໄຊທີ່ຢູ່ນອກ YouTube ອາດຈະບໍ່ສະແດງ ຫຼື ຮອງຮັບລິ້ງ youtube.com/@myHandle ຂອງທ່ານຢ່າງຖືກຕ້ອງ, ເຮັດໃຫ້ມັນເສຍຫາຍ ຫຼື ປ້ອງກັນບໍ່ໃຫ້ມັນພາໄປຫາໜ້າເວັບຊ່ອງຂອງທ່ານ. ນີ້ຍ້ອນວ່າການປັບໃຫ້ເປັນສາກົນບໍ່ໄດ້ຖືກຮອງຮັບຢ່າງສະໝ່ຳສະເໝີທົ່ວແອັບ ແລະ ເວັບໄຊຢູ່ອິນເຕີເນັດ. ບັນຫາເຫຼົ່ານີ້ສາມາດເກີດຂຶ້ນໄດ້ກັບທັງລິ້ງທີ່ພິມ ແລະ ລິ້ງທີ່ສຳເນົາຈາກແອັບ ຫຼື ເວັບໄຊຂອງ YouTube.

ເຊື່ອງຊື່ຜູ້ໃຊ້ຂອງທ່ານ

ຫາກທ່ານຕ້ອງການເຊື່ອງຊື່ຜູ້ໃຊ້ຂອງທ່ານ, ທ່ານສາມາດ ລຶບ ຫຼື ເຊື່ອງຊ່ອງຂອງທ່ານໄວ້ ໄດ້.

ຊອກຫາໂດຍໃຊ້ຊື່ຜູ້ໃຊ້

ຜູ້ຊົມ ແລະ ຜູ້ສ້າງສາມາດຊອກຫາຊ່ອງຂອງທ່ານໄດ້ໂດຍກົງຢູ່ YouTube ໂດຍໃຊ້ສັນຍາລັກ @ ຕາມດ້ວຍຊື່ຜູ້ໃຊ້ຂອງທ່ານ. ຊື່ຜູ້ໃຊ້ສາມາດຖືກສຳເນົາຢູ່ໜ້າເວັບຊ່ອງ ຫຼື ບັດໂປຣໄຟລ໌ໄດ້.

ແບ່ງປັນໂດຍໃຊ້ URL ຊື່ຜູ້ໃຊ້

URL ຊື່ຜູ້ໃຊ້ແມ່ນ URL ຂອງ YouTube ທີ່ປະກອບມີສັນຍາລັກ @ ຕິດຕາມດ້ວຍຊື່ຜູ້ໃຊ້ຂອງຊ່ອງ. ທ່ານສາມາດແບ່ງປັນໜ້າເວັບຊ່ອງໂດຍໃຊ້ URL ຊື່ຜູ້ໃຊ້ໄດ້ໂດຍ:

ຫຼື

  • ການສຳເນົາ ແລະ ວາງ URL ໂດຍກົງຈາກແຖບທີ່ຢູ່ຂອງໂປຣແກຣມທ່ອງເວັບຂອງທ່ານ.
URL ຊື່ຜູ້ໃຊ້ໃນບາງພາສາ
ຖ້າຊື່ຜູ້ໃຊ້ຂອງທ່ານປະກອບມີຕົວອັກສອນນອກເໜືອໄປຈາກຕົວອັກສອນ A-Z, ຕົວເລກ 0-9 ຫຼື ຕົວແຍກ [_-.], ຈະມີຜົນດັ່ງຕໍ່ໄປນີ້:
  • URL ຊື່ຜູ້ໃຊ້ຈະຖືກສຳເນົາຈາກໂປຣແກຣມທ່ອງເວັບໃນຮູບແບບທີ່ເຂົ້າລະຫັດຕາມມາດຕະຖານອິນເຕີເນັດ. ການເຂົ້າລະຫັດໃຫ້ແນ່ໃຈວ່າ URL ຈະເຮັດວຽກຢ່າງຖືກຕ້ອງ.
    • ຕົວຢ່າງຂອງ URL ທີ່ເຂົ້າລະຫັດແລ້ວ:
      https://www.youtube.com/c/Handle%EC%A7%81%ED%95%A8.
  • ເມື່ອແບ່ງປັນກັບແອັບພາຍນອກໂດຍໃຊ້ ແບ່ງປັນ , ໜ້າເວັບຊ່ອງອາດຈະຖືກແບ່ງປັນໂດຍໃຊ້ URL ID ຊ່ອງ (ແທນ URL ຊື່ຜູ້ໃຊ້).
    • ຕົວຢ່າງ URL ຂອງ ID ຊ່ອງ:
      https://www.youtube.com/channel/UC0L1uV8pgO4pCAIBNGxxy5w.

ເບິ່ງ ຫຼື ປ່ຽນຊື່ຜູ້ໃຊ້

ໝາຍເຫດ: ທ່ານສາມາດປ່ຽນຊື່ຜູ້ໃຊ້ຂອງທ່ານໄດ້ສອງເທື່ອພາຍໃນໄລຍະເວລາ 14 ມື້. ຫາກທ່ານເຮັດແນວນັ້ນ, ພວກເຮົາຈະຮັກສາຊື່ຜູ້ໃຊ້ກ່ອນໜ້າຂອງທ່ານໄວ້ເປັນເວລາ 14 ມື້ໃນກໍລະນີທີ່ທ່ານຕ້ອງການສະຫຼັບກັບຄືນ. ໃນໄລຍະເວລາ 14 ມື້ນີ້, ທັງ URL ຊື່ຜູ້ໃຊ້ເກົ່າຂອງທ່ານ ແລະ URL ທີ່ອັບເດດແລ້ວຂອງທ່ານຈະຍັງໃຊ້ໄດ້ຢູ່. ຫຼັງຈາກນັ້ນ, ຊື່ຜູ້ໃຊ້ຈະມີໃຫ້ສໍາລັບຜູ້ໃຊ້ອື່ນໆເພື່ອເລືອກເອົາເປັນຊື່ຜູ້ໃຊ້ຂອງເຂົາເຈົ້າ.
  1. ກະລຸນາເຂົ້າສູ່ລະບົບ YouTube Studio.
  2. ຈາກເມນູຊ້າຍ, ໃຫ້ເລືອກ ການກຳນົດເອງ ແລ້ວຈາກນັ້ນ ຂໍ້ມູນພື້ນຖານ.
  3. ຢູ່ກ້ອງ ຊື່ຜູ້ໃຊ້, ທ່ານສາມາດເບິ່ງ ຫຼື ປ່ຽນURL ຊື່ຜູ້ໃຊ້ຂອງທ່ານໄດ້.
  4. ​ຫາກທ່ານປ່ຽນຊື່ຜູ້ໃຊ້ຂອງທ່ານ, ໃຫ້ຄລິກ ເຜີຍແຜ່ ເພື່ອຢືນຢັນ.
ຫາກຊື່ຜູ້ໃຊ້ທີ່ທ່ານຕ້ອງການນັ້ນບໍ່ຫວ່າງ, ທ່ານສາມາດລອງເພີ່ມເຄື່ອງໝາຍຈຸດ, ຕົວເລກ ຫຼື ຂີດກ້ອງໃສ່ໄດ້.

ຫາກຊື່ຜູ້ໃຊ້ທີ່ທ່ານຕ້ອງການນັ້ນບໍ່ຫວ່າງ, ໂດຍທົ່ວໄປແລ້ວມັນເປັນຍ້ອນ:

  • ມີຊ່ອງອື່ນເລືອກຊື່ຜູ້ໃຊ້ນັ້ນໄປກ່ອນແລ້ວ.

ຫຼື

ພາສາທີ່ຮອງຮັບ
ຊື່ຜູ້ໃຊ້ຖືກຮອງຮັບໃນພາສາລຸ່ມນີ້.
ພາສາທີ່ຮອງຮັບ

ອາຟຣິກັນ
ອັລບານຽນ
ອຳຫາຣິກ
ອາຣາບິກ
ອາເມນຽນ
ອັສຊາມີສ
ອາເຊີໄບຈານີ
ບັສເກີ
ເບລາຣຸສຊຽນ
ເບັງກາລີ (ເບັງກໍ)
ບອສນຽນ
ບັງກາຣຽນ
ເບີມີສ (ມຽນມາ)
ກາຕາລັງ
ຈີນ (ດັ້ງເດີມ)
ຈີນ (ຕົວຫຍໍ້)
ໂຄຣເອຊຽນ
ເຊກ
ເດັນນິສ
ດັດຊ໌
ອັງກິດ
ອັງກິດ (ສະຫະລາຊະອານາຈັກ)
ອັງກິດ (ອິນເດຍ)
ເອສໂຕນຽນ
ຟິລິບປິໂນ
ຟິນນິຊ
ຝຣັ່ງ
ຝຣັ່ງ (ຄານາດາ)
ກາລິຊຽນ
ຈໍຈຽນ
ເຢຍລະມັນ
ກຣີກ
ກຸດຈາຣາຕິ
ຮີບຣິວ
ຮິນດີ
ຮັງກາຣຽນ
ໄອຊ໌ແລນດິກ
ອິນໂດເນຊຽນ
ອິຕາລຽນ
ຍີ່ປຸ່ນ
ຄັນນາດາ
ຄາຊັກ
ຂະແມ
ເກົາຫຼີ
ຄີກີສ
ລາວ
ລັດວຽນ

ລິທົວນຽນ
ມາເຊໂດນຽນ
ມາລາຢາລຳ
ມາເລ
ມາຣາທີ
ມອງໂກລຽນ
ເນປາລີ
ນໍເວຈຽນ
ໂອເດຍ
ເປີຊຽນ
ໂປລິຊ
ປໍຕູກີສ
ປັນຈາບີ
ໂຣມານຽນ
ຣັສຊຽນ
ເຊີບຽນ (ລາຕິນ)
ສິງຫົນ
ສະໂລແວັກ
ສະໂລເວນຽນ
ສະແປນນິຊ
ສະແປນນິຊ (ລາຕິນອາເມລິກາ)
ສະວີດິຊ
ຊວາຮີລີ
ທາມິລ
ເຕລູກູ
ໄທ
ເຕີກິສ
ຢູເຄຣນຽນ
ອູຣະດູ
ອຸສເບກ
ຫວຽດນາມ
ຊູລູ

ສິ່ງນີ້ມີປະໂຫຍດຫຼືບໍ່?

ພວກ​ເຮົາ​ສາ​ມາດ​ປັບ​ປຸງ​ມັນ​ໄດ້​ແນວ​ໃດ?

ຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມບໍ?

ລອງຂັ້ນຕອນຕໍ່ໄປເຫຼົ່ານີ້:

ຄົ້ນຫາ
ລຶບລ້າງການຊອກຫາ
ປິດການຊອກຫາ
ເມນູຫຼັກ
13399633338715042043
true
ຊອກຫາສູນຊ່ວຍເຫຼືອ
true
true
true
true
true
59
false
false
false
false