ອັບໂຫຼດ ແລະ ອ້າງສິດວິດີໂອຂອງທ່ານ

ຄຸນສົມບັດທີ່ອະທິບາຍໃນບົດຄວາມນີ້ນໍາໃຊ້ສະເພາະກັບຜູ້ໃຊ້ຕົວຈັດການເນື້ອຫາ YouTube Studio ເທົ່ານັ້ນ. ສໍາລັບຂໍ້ມູນທົ່ວໄປກ່ຽວກັບການອັບໂຫລດວິດີໂອໃສ່ YouTube, ສຶກສາເພີ່ມເຕີມຢູ່ບ່ອນນີ້.

YouTube ສະເໜີຫຼາຍວິທີໃນການອັບໂຫຼດວິດີໂອ. ສຳລັບຊ່ອງທີ່ລິ້ງກັບບັນຊີຕົວຈັດການເນື້ອຫາ, ການອັບໂຫຼດວິດີໂອຍັງກ່ຽວຂ້ອງກັບການຕັ້ງຄ່າ ນະໂຍບາຍ ນຳອີກ, ການລະບຸ ຄວາມເປັນເຂົ້າຂອງ ແລະ ການສ້າງ ເນື້ອຫາ.

ທ່ານຕ້ອງ ເປັນເຈົ້າຂອງສິດທິ ຫຼື ມີໃບອະນຸຍາດທີ່ຈຳເປັນ ສຳລັບສິດທິໃນວິດີໂອຕ່າງໆທີ່ທ່ານອັບໂຫຼດໃສ່ YouTube.

ອັບໂຫລດວິດີໂອຂອງທ່ານ

ຖ້າຊ່ອງຂອງທ່ານລິ້ງກັບບັນຊີຕົວຈັດການເນື້ອຫາ, ທ່ານສາມາດນໍາໃຊ້ຂັ້ນຕອນຂ້າງລຸ່ມນີ້ເພື່ອອັບໂຫລດວິດີໂອຈາກ studio.youtube.com.

ໝາຍເຫດ: ຂະບວນການອັບໂຫຼດນີ້ແຕກຕ່າງກັນໄປເມື່ອອັບໂຫຼດວິດີໂອຜ່ານ ວິທີການສະແດງເນື້ອຫາອື່ນໆ.
1. ເລືອກໄຟລ໌ ແລະ ໃສ່ລາຍລະອຽດ
  1. ເຂົ້າສູ່ລະບົບ YouTube Studio ເປັນຊ່ອງທີ່ ເຊື່ອມໂຍງແລ້ວ ໄປຫາບັນຊີຕົວຈັດການເນື້ອຫາຂອງທ່ານ.
  2. ຢູ່ມຸມຂວາເທິງສຸດ, ໃຫ້ຄລິກ  ສ້າງ ແລ້ວຈາກນັ້ນ ອັບໂຫຼດວິດີໂອ.
  3. ຄລິກ ເລືອກໄຟລ໌ ຫຼື ລາກ ແລະ ວາງໄຟລ໌ວິດີໂອທີ່ທ່ານຕ້ອງການອັບໂຫຼດ.
  4. ເມື່ອໜ້າ ລາຍລະອຽດ ປາກົດຂຶ້ນ, ໃຫ້ເພີ່ມຫົວຂໍ້ ແລະ ຄຳອະທິບາຍສຳລັບວິດີໂອຂອງທ່ານ.
  5. ເລືອກຖ້າວ່າວິດີໂອຂອງທ່ານ ສ້າງມາສຳລັບເດັກນ້ອຍ.
  6. ເພື່ອປ້ອນຂໍ້ມູນເພີ່ມເຕີມ ເຊັ່ນ: ການສົ່ງເສີມແບບເສຍເງິນ, ແທັກ, ຄຳບັນຍາຍ, ໃຫ້ຄລິກ ສະແດງເພີ່ມເຕີມ.
  7. ຄລິກ ຕໍ່ໄປ.
ຫຼັງຈາກທີ່ທ່ານຄລິກ ຕໍ່ໄປ ຢູ່ໜ້າ ລາຍລະອຽດ, ໜ້າ ການຈັດການສິດທິ ຈະປາກົດຂຶ້ນ.
2. ຕັ້ງນະໂຍບາຍ
  1. ຢູ່ໜ້າ ການຈັດການສິດທິ, ຢູ່ກ້ອງ ນະໂຍບາຍທີ່ໃຊ້ກັບວິດີໂອທີ່ທ່ານເປັນເຈົ້າຂອງ, ຄລິກ ນະໂຍບາຍການອັບໂຫຼດ  ແລະ ເລືອກນະໂຍບາຍການອັບໂຫຼດ.
    • ຄ່າເລີ່ມຕົ້ນນະໂຍບາຍການອັບໂຫຼດຂອງທ່ານຈະຖືກເລືອກໄວ້ແລ້ວ. ຫາກທ່ານບໍ່ມີນະໂຍບາຍການອັບໂຫຼດເລີ່ມຕົ້ນ, ຕິດຕາມໃນທຸກປະເທດ ຈະຖືກເລືອກ.
    • ນະໂຍບາຍການອັບໂຫຼດທີ່ເປັນລາຍຊື່ແບບເລື່ອນລົງຈະລຶບນະໂຍບາຍຕ່າງໆທີ່ມີ ເງື່ອນໄຂການອ້າງສິດອັດຕະໂນມັດ ອອກ. ເລືອກນະໂຍບາຍອື່ນເພື່ອລົບລ້າງນະໂຍບາຍການອັບໂຫຼດເລີ່ມຕົ້ນຂອງທ່ານ.
  2. ໃນພາກສ່ວນ ນະໂຍບາຍທີ່ນຳໃຊ້ກັບສຳເນົາວິດີໂອຂອງທ່ານ, ຄລິກ ນະໂຍບາຍການຈັບຄູ່  ແລະ ເລືອກນະໂຍບາຍການຈັບຄູ່.
    • ເພື່ອອະນຸຍາດການຈັບຄູ່ Content ID ສຳລັບວິດີໂອນີ້, ໃຫ້ຄລິກກ່ອງໝາຍ ເປີດການຈັບຄູ່ Content ID ແລະ ເລືອກນະໂຍບາຍການຈັບຄູ່ຈາກລາຍຊື່ແບບເລື່ອນລົງ.
    • ຖ້າທ່ານບໍ່ໄດ້ລົງທະບຽນສຳລັບ Content ID, ການຄວບຄຸມນີ້ຈະບໍ່ປາກົດຂຶ້ນ. ສຶກສາເພີ່ມເຕີມກ່ຽວກັບ ການມີສິດໄດ້ຮັບ Content ID.
    • ຖ້າວິດີໂອຂອງທ່ານສັ້ນເກີນໄປສຳລັບ Content ID, ໝາຍເຫດຈະປາກົດຂຶ້ນວ່າ: “ວິດີໂອສັ້ນເກີນໄປສຳລັບການຈັບຄູ່ Content ID”.
3. ລະບຸຄວາມເປັນເຈົ້າຂອງ
  1. ຢູ່ໜ້າ ການຈັດການສິດທິ, ຢູ່ກ້ອງ ຄວາມເປັນເຈົ້າຂອງ, ເລືອກທົ່ວໂລກ (ຕົວເລືອກຄ່າເລີ່ມຕົ້ນ) ຫຼື ລະບຸເຂດແດນ.
  2. ຖ້າທ່ານເລືອກ ເຂດແດນສະເພາະ, ໃຫ້ເລືອກ ເປັນເຈົ້າຂອງໃນເຂດແດນທີ່ເລືອກ ຫຼື ເປັນເຈົ້າຂອງທຸກບ່ອນຍົກເວັ້ນເຂດແດນທີ່ເລືອກ. ຈາກນັ້ນປ້ອນເຂດແດນໃນກ່ອງຂໍ້ຄວາມ.
    • ເພື່ອບລັອກວິດີໂອຂອງທ່ານຢູ່ນອກເຂດແດນທີ່ທ່ານເປັນເຈົ້າຂອງ, ໃຫ້ໝາຍໃສ່ກ່ອງຖັດຈາກ ບລັອກວິດີໂອຢູ່ນອກເຂດແດນທີ່ທ່ານເປັນເຈົ້າຂອງ. ສຶກສາເພີ່ມເຕີມ.
4. ສ້າງເນື້ອຫາ
  1. ຢູ່ໜ້າ ການຈັດການສິດທິ, ຢູ່ກ້ອງ ຂໍ້ມູນເນື້ອຫາ, ຄລິກ ປະເພດເນື້ອຫາ  ແລະ ເລືອກປະເພດເນື້ອຫາທີ່ຈະສ້າງສຳລັບວິດີໂອນີ້. ສຶກສາເພີ່ມເຕີມກ່ຽວກັບ ປະເພດເນື້ອຫາ.
  2. ໃຫ້ຊ່ອງຂໍ້ມູນ ຊື່ເນື້ອຫາ , ໃຫ້ປ້ອນຊື່ເນື້ອຫາຂອງທ່ານໃສ່.
    • ໝາຍເຫດ: ທ່ານຈະບໍ່ສາມາດປ່ຽນປະເພດເນື້ອຫາໄດ້ເມື່ອທ່ານຄລິກບັນທຶກການປ່ຽນແປງ.
  3. ນອກຈາກນັ້ນ, ທ່ານຍັງສາມາດເພີ່ມ ID ກຳນົດເອງ, ຄຳອະທິບາຍເນື້ອຫາ ແລະ ໝາຍເຫດໃນຊ່ອງຂໍ້ມູນທີ່ຍັງເຫຼືອໄດ້ນຳ.
  4. ຄລິກ ຕໍ່ໄປ.
ເມື່ອຂໍ້ມູນ  ຄວາມເປັນເຈົ້າຂອງ ແລະ ເນື້ອຫາຖືກບັນທຶກ, ການປ່ຽນແປງສາມາດເຮັດໄດ້ຈາກໜ້າ ເນື້ອຫາ ໃນຕົວຈັດການເນື້ອຫາ Studio. ສຶກສາເພີ່ມເຕີມ.
5. ເຮັດຂັ້ນຕອນທີ່ຍັງເຫຼືອໃຫ້ສຳເລັດ

ເມື່ອທ່ານເຮັດສຳເລັດພາກສ່ວນ ລາຍລະອຽດ ແລະ ການຈັດການສິດທິ, ໃຫ້ດຳເນີນຕາມຂັ້ນຕອນທີ່ຍັງເຫຼືອຂອງຂັ້ນຕອນອັບໂຫຼດ.

ທ່ານສາມາດໃຊ້ຂໍ້ມູນ ທີ່ນີ້ ເພື່ອແນະນຳທ່ານຜ່ານພາກສ່ວນທີ່ເຫຼືອ: ອົງປະກອບວິດີໂອ, ກວດສອບ ແລະ ການເບິ່ງເຫັນ.

ໃນພາກສ່ວນ ການເບິ່ງເຫັນ, ຫາກທ່ານຕ້ອງການກວດສອບວິດີໂອຂອງທ່ານກ່ອນເຜີຍແຜ່ມັນ, ໃຫ້ຕັ້ງວິດີໂອເປັນ ສ່ວນຕົວ, ບໍ່ໄດ້ຈັດເຂົ້າໃນລາຍການ ຫຼື ກຳນົດເວລາໄວ້. ຫາກການຕັ້ງຄ່າຄວາມເປັນສ່ວນຕົວຂອງວິດີໂອຂອງທ່ານແມ່ນ ສາທາລະນະ, YouTube ຈະເຜີຍແຜ່ວິດີໂອຂອງທ່ານເມື່ອທ່ານຄລິກ ບັນທຶກ ແລະ ໄຟລ໌ການປະມວນຜົນເປັນອັນສຳເລັດ.

ການອ້າງສິດວິດີໂອທີ່ອັບໂຫຼດກ່ອນໜ້າ

ຫາກທ່ານອັບໂຫຼດວິດີໂອແລ້ວ, ທ່ານສາມາດອ້າງສິດໄດ້ໃນພາຍຫຼັງໂດຍການເລືອກນະໂຍບາຍການອັບໂຫຼດຈາກຕົວຈັດການເນື້ອຫາ Studio.

ການອ້າງສິດວິດີໂອທີ່ອັບໂຫຼດກ່ອນໜ້າ

  1. ເຂົ້າສູ່ລະບົບ ຕົວຈັດການເນື້ອຫາ Studio.
  2. ຈາກເມນູຊ້າຍ, ໃຫ້ເລືອກ ວິດີໂອ .
  3. ຄລິກວິດີໂອທີ່ທ່ານຕ້ອງການອ້າງສິດ.
  4. ເລືຶອກແຖບ ການຈັດການສິດທິ .
  5. ຄລິກ ນະໂຍບາຍການອັບໂຫຼດ  ແລະ ເລືອກນະໂຍບາຍການອັບໂຫຼດເພື່ອເຊື່ອມໂຍງກັບວິດີໂອນີ້.
    • ນະໂຍບາຍອາດມີໃຫ້ໜ້ອຍລົງໃນລາຍຊື່ນີ້ເນື່ອງຈາກນະໂຍບາຍການຈັບຄູ່ກັບການຈັບຄູ່ Content ID ບໍ່ສາມາດຕັ້ງເປັນນະໂຍບາຍການອັບໂຫຼດໄດ້. ສຶກສາເພີ່ມເຕີມ.
  6. ຄລິກ ນໍາໃຊ້.
  7. ຄລິກ ບັນທຶກ.

ອ້າງສິວິດີໂອທີ່ອັບໂຫຼດກ່ອນໜ້ານີ້ຫຼາຍລາຍການພ້ອມກັນ

  1. ເຂົ້າສູ່ລະບົບ ຕົວຈັດການເນື້ອຫາ Studio.
  2. ຈາກເມນູຊ້າຍ, ໃຫ້ເລືອກ ວິດີໂອ .
  3. ຄລິກໃສ່ກ່ອງໝາຍຖັດຈາກວິດີໂອທ່ານຕ້ອງການອ້າງສິດ.
  4. ຈາກແບນເນີເທິງສຸດ, ໃຫ້ຄລິກ ແກ້ໄຂ  ແລ້ວຈາກນັ້ນ ນະໂຍບາຍການອັບໂຫຼດ.
  5. ຄລິກ ນະໂຍບາຍການອັບໂຫຼດ  ແລະ ເລືອກນະໂຍບາຍການອັບໂຫຼດເພື່ອເຊື່ອມໂຍງກັບວິດີໂອເຫຼົ່ານີ້.
  6. ຄລິກ ນໍາໃຊ້.
  7. ຄລິກ ອັບເດດ ວິດີໂອ.

ສິ່ງນີ້ມີປະໂຫຍດຫຼືບໍ່?

ພວກ​ເຮົາ​ສາ​ມາດ​ປັບ​ປຸງ​ມັນ​ໄດ້​ແນວ​ໃດ?

ຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມບໍ?

ລອງຂັ້ນຕອນຕໍ່ໄປເຫຼົ່ານີ້:

ຄົ້ນຫາ
ລຶບລ້າງການຊອກຫາ
ປິດການຊອກຫາ
ເມນູຫຼັກ
2878182246642225
true
ຊອກຫາສູນຊ່ວຍເຫຼືອ
false
true
true
true
true
true
59
false
false
false
false